ລູກໆຂອງເພິ່ນ ﷺ

ລູກໆຂອງເພິ່ນ ﷺ ກັບທ່ານນາງຄໍາດີຈະ

ອັລ-ກໍຊິມ, ອັບດູລເລາະ (ຖືກເອີ້ນວ່າ ອັດ-ຕໍຍິບ ແລະ ອັດ-ຕໍຮິຣ), ໄຊນັບ, ຣູກໍຢາ, ອຸມມູ ກຸນຊູມ, ແລະ ຟາຕິມະ. ທັງໝົດນີ້ແມ່ນລູກຂອງຄໍາດີຈະ ຂໍອັລເລາະຊົງພໍໃຈນາງ.

  • ອັລ-ກໍຊິມ ຂໍອັລເລາະຊົງພໍໃຈເພິ່ນ — ແລະດ້ວຍຊື່ນີ້ ເພິ່ນ ﷺ ໄດ້ຖືກເອີ້ນວ່າ ອະບູ ອັລ-ກໍຊິມ
  • ອັບດູລເລາະ ຂໍອັລເລາະຊົງພໍໃຈເພິ່ນ (ອັດ-ຕໍຍິບ ອັດ-ຕໍຮິຣ)
  • ໄຊນັບ ຂໍອັລເລາະຊົງພໍໃຈນາງ
  • ຣູກໍຢາ ຂໍອັລເລາະຊົງພໍໃຈນາງ
  • ອຸມມູ ກຸນຊູມ ຂໍອັລເລາະຊົງພໍໃຈນາງ
  • ຟາຕິມະ ອັຊ-ຊໍຮ໌ຣໍ ຂໍອັລເລາະຊົງພໍໃຈນາງ — ແມ່ຂອງຮາຊັນ ແລະ ຮູເຊນ

ລູກໆຂອງເພິ່ນ ﷺ ກັບທ່ານນາງມາຣີຢາ ອັລ-ກິບຕິຢາ

ເພິ່ນ ﷺ ໄດ້ມີລູກຢູ່ເມືອງມາດີນະຄື: ອິບຣໍຮີມ; ກັບມາຣີຢາ ອັລ-ກິບຕິຢາ. ແລະທັງໝົດໄດ້ເສຍຊີວິດໃນຂະນະທີ່ເພິ່ນ ﷺ ຍັງມີຊີວິດຢູ່, ຍົກເວັ້ນຟາຕິມະ, ນາງໄດ້ເສຍຊີວິດຫຼັງຈາກເພິ່ນ ﷺ ຫົກເດືອນຕາມຄວາມຖືກຕ້ອງທີ່ສຸດ.